ໜັງສື ສິນເຊື່ອ
1.ເປີດ LC ຂາເຂົ້າ
ຄຸນລັກສະນະບໍລິການ:
ການໃຫ້ບໍລິການເປີດ L/C ເປັນບໍລິການທີ່ອຳນວຍຄວາມສະດວກ ແລະສ້າງຄວາມ ເຊື່ອໝັ້ນໃຫ້ຜູ້ນໍາເຂົ້າສິນຄ້າ ກັບຜູ້ຂາຍ ດ້ວຍການໃຫ້ທະນາຄານຜູ້ທີ່ມີຄວາມເຊື່ອຖືເປັນຜູ້ເຮັດ ໜ້າທີ່ ໃນການຊໍາລະສະສາງສິນຄ້ານໍາເຂົ້າໃຫ້ກັບຜູ້ຂາຍ ທີ່ຢູ່ຕ່າງປະເທດແທນຜູ້ນໍາເຂົ້າສິນ ຄ້າ. ດັ່ງນັ້ນ , ທ່ານຜູ້ຕ້ອງການນໍາເຂົ້າສິນຄ້າຈາກຕ່າງປະເທດຈື່ງມີຄວາມຈໍາເປັນຕ້ອງເປີດ L/C ກັບທະນາຄານເພື່ອເຮັດໃຫ້ຜູ້ຂາຍທີ່ຢູ່ຕ່າງປະເທດໝັ້ນໃຈວ່າ ຈະໄດ້ຮັບການຊໍາລະຄາ ສິນຄ້າຈາກທະນາຄານຢ່າງແນ່ນອນ ແລະຜູ້ນຳເຂົ້າກໍ່ໝັ້ນໃຈໄດ້ວ່າສິນຄ້າທີ່ຕົນນໍາເຂົ້າ ທະນາ ຄານ ຈະຊໍາລະເງິນໃຫ້ຜູ້ຂາຍແນ່ນອນເຊັ່ນກັນ ເມື່ອຜູ້ນໍາເຂົ້າຫາກປະຕີບັດຖືກຕ້ອງຕາມເງື່ອນ ໄຂທີ່ໄດ້ລະບຸຢູ່ໃນ L/C.
ດ້ວຍປະສົບການໃນການໃຫ້ບໍລິການ ກ່ວາ 20 ປີ ທະນາຄານການຄ້າຕ່າງປະເທດ ລາວ ເປັນທະນາຄານທີ່ໄດ້ຮັບການຍອມຮັບໃນຖານະເປັນສື່ກາງການຊໍາລະເງິນ ຈາກສະຖາ ບັນການເງິນທົ່ວໂລກ ທ່ານໝັ້ນໃຈໄດ້ວ່າ ການຊໍາລະເງິນຄ່າສິນຄ້າສົ່ງເຖິງຄູ່ຄ້າຂອງທ່ານຢ່າງ ຈະໄດ້ຮັບຄວາມສະດວກ ແລະວ່ອງໄວ. ທ່ານສາມາດໃຊ້ເປີດໜັງສືສິນເຊື່ອໄດ້ທີ່ສໍານັກງານ ໃຫຍ່ ຂອງ ທະນາຄານການຄ້າຕ່າງປະເທດລາວ ແລະທຸກສາຂາທົ່ວປະເທດ.
ຜົນປະໂຫຍດຂອງບໍລິການ:
- ຜູ້ນໍາເຂົ້າຈະໄດ້ຮັບຄວາມເຊື່ອຖື ແລະໝັ້ນໃຈກັບຜູ້ຂາຍທີ່ຢູ່ຕ່າງປະເທດໃນການຊໍາລະ ຄ່າສິນຄ້າຖືກຕ້ອງຕາມກຳໜົດເວລາ.
- ຜູ້ນໍາເຂົ້າໝັ້ນໃຈ ແລະຫາຍກັງວົນວ່າໄດ້ຈ່າຍເງິນໃຫ້ກັບຜູ້ຂາຍທີ່ປະຕິບັດຖືກຕ້ອງຕາມ ເງື່ອນໄຂຕ່າງໆ ໃນ L/C.
- ປະຢັດເວລາ, ຄ່າໃຊ້ຈ່າຍ ແລະຄວາມສ່ຽງໃນການເຮັດໜ້າທີ່ຊໍາລະຄ່າສິນຄ້າທີ່ນໍາເຂົ້າ ດ້ວຍຕົນເອງ.
- ຜູ້ນໍາເຂົ້າຍັງສາມາດຂໍວົງເງິນສິນເຊື່ອກັບທະນາຄານໄດ້, ເມື່ອທ່ານມີເງິນທຶນໝູນວຽນ ບໍ່ພຽງພໍເພື່ອຊໍາລະສິນຄ້ານໍາເຂົ້າ.
- ການຂໍເປີດ L/C ກັບທະນາຄານສະດວກ, ວ່ອງໄວ ແລະງ່າຍດາຍ.
- ທະນາຄານຈະເປັນຜູ້ກວດກາຄວາມຖືກຕ້ອງຂອງເອກະສານໃຫ້ກັບທ່ານ.
ເງື່ອນໄຂໃນການໃຊ້ບໍລິການ:
- ຜູ້ນໍາເຂົ້າຕ້ອງມີໜັງສືອະນຸຍາດການນໍາເຂົ້າສິນຄ້າຈາກຕ່າງປະເທດຖືກຕ້ອງຕາມກົດ ໝາຍ.
- ຖ້າຜູ້ນໍາເຂົ້າບໍ່ມີເງິນພຽງພໍໃນການຊໍາລະສິນຄ້າ ທ່ານສາມາດຂໍວົງເງິນສິນເຊື່ອກັບທະ ນາຄານ ເພື່ອເປີດ L/C ໃນການນໍາເຂົ້າສິນຄ້າ.
- ປະກອບເອກະສານ ແລະຂຽນຟອມຂໍເປີດ L/C ກັບທະນາຄານ.
ເອກະສານປະກອບ:
- ຜູ້ນໍາເຂົ້າຕ້ອງມີໜັງສືສັນຍາການຊື້-ຂາຍ ຫຼື ໜັງສືເກັບກໍາສິນຄ້າ (invoice).
- ປະກອບແບບຟອມຕ່າງໆທີ່ທາງທະນາຄານໄດ້ກໍາໜົດໃຫ້.
ສອບຖາມລາຍລະອຽດເພີ່ມເຕີມໄດ້ທີ່:
ທ່ານສາມາດສອບຖາມລາຍລະອຽດເພີ່ມເຕີມໄດ້ທີ່ຂະແໜງໜັງສືສິນເຊື່ອ ແລະຄໍ້າປະ ກັນ ໂທ:021-213200 ຕໍ່ 211, 213, 204.
2.ບໍລິການອອກໜັງສືຄ້ຳປະກັນ ເພື່ອການອອກສິນຄ້າ
ຄຸນລັກສະນະບໍລິການ:
ທ່ານສາມາດນໍາສິນຄ້າອອກຈາກທ່າເຮືອ ໄດ້ທັນທີທີ່ເດີນທາງມາເຖິງ ໂດຍບໍ່ຕ້ອງລໍ ຖ້າເອກະສານຕົ້ນສະບັບຂອງຜູ້ຂາຍສິນຄ້າມາເຖິງ ດ້ວຍການບໍລິການອອກໜັງສືຄ້ຳປະກັນ ການອອກສິນຄ້າທາງເຮືອ ຂອງທະນາຄານການຄ້າຕ່າງປະເທດລາວ ທີ່ໄດ້ຮັບຄວາມເຊື່ອຖື ຈາກບໍລິສັດຂົນສົ່ງສິນຄ້າທາງເຮືອຊັ້ນນໍາທົ່ວໂລກ ຈະຊ່ວຍໃຫ້ທ່ານຮັບສິນຄ້າໄດ້ຢ່າງສະດວກ ວ່ອງໄວ ປະຢັດທັງເງິນ ແລະເວລາ.
ຜົນປະໂຫຍດຂອງບໍລິການ:
- ຜູ້ ນໍາເຂົ້າສາມາດຮັບສິນຄ້າໄດ້ໄວ, ທັນກັບຄວາມຕ້ອງການເຮັດໃຫ້ທ່ານສາມາດ ຈໍາ ໜ່າຍສິນຄ້າໄດ້ທັນເວລາ ໂດຍທີ່ບໍ່ຕ້ອງເສຍຄ່າໃຊ້ຈ່າຍອື່ນໆເພີ່ມເຕີມເຊັ່ນ: ຄ່າສາງເກັບ ຮັກສາສິນຄ້າ ແລະອື່ນໆ.
- ເສີມສະພາບຄອ່ງໃຫ້ກັບທຸລະກິດຂອງທ່ານ ເພາະການທີ່ໄດ້ຮັບສິນຄ້ານໍາເຂົ້າໄວນັ້ນ ເຮັດໃຫ້ທ່ານສາມາດນໍາສະນຄ້າໄປຈໍາໜ່າຍໄດ້ໄວຂຶ້ນ ຈຶ່ງໄດ້ຮັບເງິນຄ່າສິນຄ້າໄວຂຶ້ນ.
ເງື່ອນໄຂໃນການໃຊ້ບໍລິການ:
- ຜູ້ນໍາເຂົ້າຕ້ອງມີໜັງສືອະນຸຍາດການນໍາເຂົ້າສິນຄ້າຈາກຕ່າງປະເທດຖືກຕ້ອງຕາມກົດ ໝາຍ.
ເອກະສານປະກອບ:
- ໃບຄໍາຮ້ອງເພື່ອຂໍອອກໜັງສືຄ້ຳປະກັນເພື່ອອອກສິນຄ້າ.
- ໜັງສືຄ້ຳປະກັນການອອກສິນຄ້າຂອງບໍລິສັດຜູ້ຂົນສົ່ງ.
- ສໍາເນົາໜັງສືສົ່ງສິນຄ້າທາງເຮືອ.
- ສໍາເນົາ Invoice.
ສອບຖາມລາຍລະອຽດເພີ່ມເຕີມໄດ້ທີ່:
ທ່ານສາມາດສອບຖາມລາຍລະອຽດເພີ່ມເຕີມໄດ້ທີ່ຂະແໜງໜັງສືສິນເຊື່ອ ແລະຄໍ້າປະ ກັນ ໂທ:021-213200 ຕໍ່ 211, 213, 204
3.ຮຽກເກັບເງິນຕາມສິນຄ້ານຳເຂົ້າ
ຄຸນລັກສະນະບໍລິການ:
ເປັນ ທາງເລືອກໜື່ງທີ່ຜູ້ນຳເຂົ້າສິນຄ້າໃຊ້ບໍລິການໃນການຊຳລະຄາສິນຄ້າ ແລະບໍລິການ ຕ່າງໆຜ່ານທາງທະນາຄານ. ເຊິ່ງຜູ້ນໍາເຂົ້າກັບຜູ້ຂາຍເຄີຍຊື້ຂາຍ ແລະມີຄວາມເຊື່ອຖືເຊິ່ງກັນ ແລະກັນແລ້ວໄດ້ຕົກລົງຊື້-ຂາຍສິນຄ້າ ໂດຍໃຊ້ວິທີການຊໍາລະເງິນດ້ວຍວິທີຮຽກເກັບເງິນຕາມ ສິນຄ້ານໍາເຂົ້າ. ເມືອ່ຜູ້ຂາຍສົ່ງສິນຄ້າຮຽບຮ້ອຍແລ້ວຈະສົ່ງເອກະສານຜ່ານທະນາຄານຜູ້ ຂາຍ ເພື່ອໄປຮຽກເກັບເງິນຈາກຜູ້ນຳເຂົ້າສິນຄ້າຜ່ານທະນາຄານຜູ້ນຳເຂົ້າ.
ຜົນປະໂຫຍດຂອງບໍລິການ:
- ຜູ້ນຳເຂົ້າສາມາດກວດກາຄວາມຖືກຕ້ອງຂອງສິນຄ້ານໍາເຂົ້າໄດ້ກ່ອນການຊໍາລະເງິນຄ່າ ສິນຄ້າ.
- ຂັ້ນຕອນ ແລະຄ່າໃຊ້ຈ່າຍຖືກກ່ວາການເປີດ L/C .
- ຜູ້ນໍາເຂົ້າຍັງບໍ່ທັນໄດ້ຊໍາລະເງິນທັນທີ ແຕ່ສາມາດກວດກາຄວາມຖືກຕ້ອງເມື່ອສິນຄ້າ ໄດ້ມາເຖິງ.
- ບໍ່ຈໍາເປັນຂໍວົງເງິນສິນເຊື່ອກັບທະນາຄານ.
ເງື່ອນໄຂໃນການໃຊ້ບໍລິການ:
- ກໍລະນີ ຜູ້ນໍາເຂົ້າເປັນລູກຄ້າຂອງທະນາຄານ, ທາງທະນາຄານຈະແຈ້ງໃຫ້ຜູ້ນໍາເຂົ້າມາ ຊໍາລະເງິນ ຫຼືຢືນຢັນຮັບຮອງ ເມືອ່ທາງທະນາຄານໄດ້ຮັບໜັງສືຮຽກເກັບຈາກທະນາ ຄານຜູ້ຂາຍ.
- ກໍລະນີຜູ້ນໍາເຂົ້າບໍ່ມີບັນຊີກັບທະນາຄານ, ທະນາຄານຈະສົ່ງເອກະສານໄປຍັງທະນາ ຄານຜູ້ຊື້ມີບັນຊີ.
ສອບຖາມລາຍລະອຽດເພີ່ມເຕີມໄດ້ທີ່:
ທ່ານສາມາດສອບຖາມລາຍລະອຽດເພີ່ມເຕີມໄດ້ທີ່ຂະແໜງໜັງສືສິນເຊື່ອ ແລະຄໍ້າປະ ກັນ ໂທ:021-213200 ຕໍ່ 211, 213, 204.
4.ບໍລິການສິນເຊື່ອເພື່ອ ການນໍາເຂົ້າສິນຄ້າ
ຄຸນລັກສະນະບໍລິການ:
ທະນາຄານການຄ້າຕ່າງປະເທດລາວ ຊ່ວຍເສີມສະພາບຄອ່ງທາງການເງິນ ໃຫ້ກັບທຸ ລະກິດຂອງທ່ານ ໃນກໍລະນີທີ່ຜູ້ນໍາເຂົ້າຂາດສະພາບຄອ່ງ ບໍ່ສາມາດຊໍາລະເງິນຕາມໜັງສື ຮຽກເກັບໄດ້ ແລະມີຄວາມຈໍາເປັນຕ້ອງນໍາສິນຄ້າອອກກ່ອນ ທາງທະນາຄານຈະໃຫ້ບໍລິການ ສິນເຊື່ອທີ່ອໍານວຍຄວາມສະດວກໃຫ້ຜູ້ນໍາເຂົ້າຮັບສິນຄ້ານໍາເຂົ້າໄດ້ ທັນທີ ເມື່ອສິນຄ້າມາເຖິງທ່າເຮືອ ເພື່ອນໍາສິນຄ້າໄປຜະລິດ ຫຼືຈໍາໜ່າຍໄດ້ກ່ອນນໍາເງິນມາຊໍາລະຄືນທະນາຄານໃນພາຍຫຼັງ ດ້ວຍເຄຣດິດສູງເຖິງ 180 ວັນ.
ຜົນປະໂຫຍດຂອງບໍລິການ:
- ຜູ້ນໍາເຂົ້າໄດ້ຮັບເງິນທຶນໝູນວຽນເພື່ອສາມາດຊໍາລະໃຫ້ແກ່ຜູ້ຂາຍສິນຄ້າ.
- ສາມາຜ່ອນຊໍາລະກັບທະນາຄານຕາມເງື່ອນໄຂທີ່ໄດ້ຕົກລົງກັນ.
- ສາມາດຮັບສິນຄ້າ ເພື່ອໄປຜະລິດ ຫຼືຈໍາໜ່າຍ ໄດ້ກ່ອນ.
ເງື່ອນໄຂໃນການໃຊ້ບໍລິການ:
- ຜູ້ນໍາເຂົ້າຕ້ອງມີໜັງສືອະນຸຍາດການນໍາເຂົ້າສິນຄ້າຈາກຕ່າງປະເທດຖືກຕ້ອງຕາມກົດ ໝາຍ.
ເອກະສານປະກອບ:
- ໃບຄໍາຮ້ອງຂໍສິນເຊື່ອເພື່ອການຊໍາລະຄ່າສິນຄ້າ.
- ເອກະສານຮຽກເກັບຕາມສິນຄ້ານໍາເຂົ້າ (Import Bill for Collection).
ສອບຖາມລາຍລະອຽດເພີ່ມເຕີມໄດ້ທີ່:
ທ່ານສາມາດສອບຖາມລາຍລະອຽດເພີ່ມເຕີມໄດ້ທີ່ຂະແໜງໜັງສືສິນເຊື່ອ ແລະຄໍ້າປະ ກັນ ໂທ:021-213200 ຕໍ່ 211, 213, 204.
5.ໂອນຊຳລະຄ່າສິນຄ້ານຳເຂົ້າ
ຄຸນລັກສະນະບໍລິການ:
ເປັນ ທາງເລືອກທີ່ຜູ້ນໍາເຂົ້າ ແລະຜູ້ຂາຍທີ່ໄດ້ຊື້-ຂາຍນໍາກັນຫຼາຍຄັ້ງມີຄວາມເຊື່ອໝັ້ນ ເຊິ່ງກັນ ແລະກັນໄດ້ຕົກລົງນໍາກັນວ່າຈະຊໍາລະເງິນໃຫ້ກ່ອນ ຫຼື ຫຼັງການສົ່ງເຄື່ອງໂດຍບໍ່ຈໍາ ເປັນຕ້ອງເປີດ L/C ຫຼື ສົ່ົງເອກະສານຮຽກເກັບຜ່ານທາງທະນາຄານ ແຕ່ຜູ້ນໍາເຂົ້າຈະໃຫ້ທະ ນາຄານໂອນເງິນຄ່າສິນຄ້າໃຫ້ກັບຜູ້ຊື້ດ້ວຍການແຈ້ງເລກບັນຊີ ແລະທະນາຄານຜູ້ຂາຍໃຫ້ກັບ ທະນາຄານ.
ຜົນປະໂຫຍດຂອງບໍລິການ:
- ປະຢັດເວລາ, ຄ່າໃຊ້ຈ່າຍໃນການຊໍາລະຄ່າສິນຄ້າຕໍ່າ, ຂັ້ນຕອນກະທັດຫັດ, ບໍ່ຫຍຸ້ງ ຍາກ.
- ສາມາດຍື່ນເອກະສານຂໍໂອນໄດ້ທຸກສາຂາຂອງທະນາຄານ.
- ຜູ້ນໍາເຂົ້າເປັນຜູ້ເຮັດໜ້າທີ່ໃນການຊໍາລະສະສາງດ້ວຍຕົນເອງ.
ເງື່ອນໄຂໃນການໃຊ້ບໍລິການ:
- ຜູ້ນໍາເຂົ້າຕ້ອງມີໜັງສືອະນຸຍາດການນໍາເຂົ້າສິນຄ້າຈາກຕ່າງປະເທດຖືກຕ້ອງຕາມກົດ ໝາຍ.
- ຖ້າຜູ້ນໍາເຂົ້າບໍ່ມີເງິນພຽງພໍໃນການຊໍາລະສິນຄ້າ ທ່ານສາມາດຂໍວົງເງິນສິນເຊື່ອກັບທະ ນາຄານ ເພື່ອເປີດ L/C ໃນການນໍາເຂົ້າສິນຄ້າ.
- ປະກອບເອກະສານ ແລະຂຽນຟອມຂໍເປີດ L/C ກັບທະນາຄານ.
ສອບຖາມລາຍລະອຽດເພີ່ມເຕີມໄດ້ທີ່:
ທ່ານສາມາດສອບຖາມລາຍລະອຽດເພີ່ມເຕີມໄດ້ທີ່ຂະແໜງໜັງສືສິນເຊື່ອ ແລະຄໍ້າປະ ກັນ ໂທ:021-213200 ຕໍ່ 211, 213, 204.