ການແລກປ່ຽນເງິນຕຣາຕ່າງປະເທດ | ທຄຕລ
ການແລກປ່ຽນເງິນຕຣາຕ່າງປະເທດ
ການແລກປ່ຽນເງິນຕຮາຕ່າງປະເທດ
ຊື່ຜະລິດຕະພັນ
|
ການແລກປ່ຽນເງິນຕຣາຕ່າງປະເທດ
|
ຄຸນລັກສະນະ
|
- ເປັນບໍລິການທີ່ໃຫ້ທ່ານສາມາດເລືອກຊື້ຫຼືຂາຍເງິນຕາຕ່າງປະເທດດ້ວຍສະກຸນເງິນທີ່ຫຼາກຫຼາຍໃຫ້ທ່ານສາມາດເລືອກໄດ້ຖືກກັບຄວາມຕ້ອງການຂອງທ່ານດ້ວຍອັດຕາແລກ ປ່ຽນທີ່ດີທີ່ສຸດ. ທະນາຄານຍັງຮັບຊື້ຂາຍທະນາບັດ, ແຊັກເດີນທາງ ແລະ ດຣາຟ໌ຂອງສະກຸນເງິນຕ່າງໆຜ່ານໜ່ວຍແລກປ່ຽນ, ສາຂາຂອງ ທຄຕລທົ່ວປະເທດ.
|
ຜົນປະໂຫຍດທີ່ໄດ້ຮັບ
|
- ດ້ວຍເຄືອຂ່າຍຂອງ ທຄຕລທົ່ວປະເທດທ່ານສາມາດເລືອກໃຊ້ບໍລິການແລກປ່ຽນໄດ້ຢ່າງສະດວກ, ປະຢັດເວລາ, ຄ່າໃຊ້ຈ່າຍໃນການໄປ, ທ່ານຈະໄດ້ຮັບອັດຕາແລກປ່ຽນທີ່ດີທີ່ສຸດ, ທ່ານສາມາດແລກປ່ຽນໄດ້ຫຼາຍສະກຸນເງິນຕາມຄວາມຕ້ອງການ, ດ້ວຍວົງເງິນແລກປ່ຽນພາຍໃນວັນສູງສຸດ. ນອກຈາກນັ້ນ, ທ່ານສາມາດກວດເບິ່ງລາຍລະອຽດອັດຕາແລກປ່ຽນເງິນຕາຕ່າງປະເທດພາຍໃນມື້ໄດ້ທີ່ກະດານອັດຕາແລກປ່ຽນທີ່ໜ່ວຍແລກປ່ຽນ, ສາຂາ, ຈຸດບໍລິການຕ່າງໆແລະເທິງເວັບໄຊ໌ຂອງທະນາຄານ.
|
ເງື່ອນໄຂການໃຊ້ບໍລິການ
|
- ສະໝັກໃຊ້ບໍລິການສະດວກສະບາຍ ພຽງແຕ່ນຳສຳເນົາໃບແຈ້ງໜີ້ ກັບປຶ້ມເງິນຝາກກັບ ທຄຕລ ທີ່ທ່ານຕ້ອງການໃຫ້ຫັກບັນຊີ ແລະ ໃສ່ລາຍລະອຽດໃນໃບບິນຍິນຍອມໃຫ້ຫັກບັນຊີເງິນຝາກ (ໃບມອບເງິນ) ທີ່ທາງທະນາຄານໄດ້ກຳນົດໃຫ້.
|
ຄ່າບໍລິການ |
- ທ່ານຈະໄດ້ຮັບການໃຫ້ບໍລິການທີ່ດີໂດຍບໍ່ໄດ້ເສຍຄ່າທຳນຽມໃດໆ
|
ຫົວຂໍ້ກ່ຽວຂ້ອງ
ການແລກປ່ຽນເງິນຕຣາຕ່າງປະເທດ