ບໍລິການໂອນເງິນລະຫວ່າງປະເທດ | ທຄຕລ
ບໍລິການໂອນເງິນລະຫວ່າງປະເທດ
ບໍລິການໂອນເງິນລະຫວ່າງປະເທດ
ຊື່ຜະລິດຕະພັນ
|
ບໍລິການໂອນເງິນອອກ - Outward Remittance
|
ຄຸນລັກສະນະ
|
- ທຄຕລ ສາມາດຕອບສະໜອງທ່ານທີ່ຕ້ອງການໂອນເງິນໄປຕ່າງປະເທດເພື່ືອຊໍາລະຄ່າສິນຄ້າ, ຄ່າບໍລິການ, ຄ່າຮຽນ ແລະ ອື່ນໆ ດ້ວຍຄວາມປອດໄພ, ວ່ອງໄວ.
|
ຈຸດປະສົງ ການໂອນເງິນໄປຕ່າງປະເທດ:
|
- ສາມາດຊໍາລະຄ່າສິນຄ້າ ແລະ ບໍລິການຕ່າງໆ
- ສໍາລັບລູກຄ້າສ່ວນບຸກຄົນທ່ານສາມາດໂອນເງິນໄປຕ່າງປະເທດເພື່ອຊໍາລະ ຄ່າປິ່ນປົວ, ການສຶກສາ, ຢ້ຽມຢາມຕ່າງປະເທດ ຕາມລະບຽບການທີ່ທະຄານແຫ່ງ ສປປລາວ ວາງອອກແຕ່ລະໄລຍະ.
|
ຜົນປະໂຫຍດ
ທີ່ໄດ້ຮັບ
|
- ໂອນເງິນໄປທຸກທະນາຄານຢູ່ຕ່າງປະເທດ ດ້ວຍຄວາມວອ່ງໄວ ແລະ ປອດໄພ.
- ສາມາດໂອນເງິນໄດ້ຫຼາຍສະກຸນເງິນຕາມຄວາມຕ້ອງການຂອງທ່ານ ເຊັ່ນ: USD, THB, AUD, EUR, SGD, HKD, AUD ....
|
ເງື່ອນໄຂການໃຊ້ບໍລິການ:
|
- ກະກຽມເອກະສານ ຫຼັກຖານ ປະກອບການໂອນເງິນ ໂດຍອີງຕາມຈຸດປະສົງຂອງການໂອນ ຫຼື ອີງຕາມລະບຽບການທີ ທຄຕລ ແຈ້ງອອກໃນແຕ່ລະໄລຍະ
- ທະນາຄານຈະບໍ່ໃຫ້ບໍລິການໂອນເງິນລະຫວ່າງປະເທດ ໃນກໍລະນີ ທີ່ຂໍ້ມູນຜູ້ຮັບຢູ່ໃນລາຍຊື່ຕ້ອງຫ້າມ (OFAC LIST) ແລະ ປະເທດທີ່ຖືກ Sactioned.
- ຊ່ວງເວລາຮັບເງິນໂອນ ຈະຂຶ້ນຢູ່ກັບຄວາມແຕກຕ່າງດ້ານເວລາ (Time Zone)
|
ຊື່ຜະລິດຕະພັນ
|
ບໍລິການໂອນເງິນເຂົ້າ - Inward Remittance
|
ຄຸນລັກສະນະ
|
- ທ່ານທີ່ມີບັນຊີ ກັບທະນາຄານການຄ້າຕ່າງປະເທດລາວ ສາມາດຮັບເງິນໂອນຈາກທຸກໆທະນາຄານຢູ່ຕ່າງປະເທດມາລາວ ກັບລະບົບໂອນເງິນທີ່ທັນສະໄໝ ຜ່ານລະບົບ SWIFT ເຊິ່ງເປັນລະບົບມາດຕະຖານສາກົນທີ່ຍອມຮັບກັນທົ່ວໂລກ. ສະນັ້ນ, ທ່ານຈະໄດ້ຮັບຄວາມສະດວກ ແລະ ວ່ອງໄວ. ການໂອນເງິນເຂົ້າມາພຽງແຕ່ທ່ານແຈ້ງຂໍ້ມູນລາຍລະອຽດການຮັບເງິນເຂົ້າມາດັ່ງຕໍ່ໄປນີ້:
- ທະນາຄານຕົວແທນ.
- ຊື່ທະນາຄານ, ລະຫັດ ສະວິບໂຄດ, COEBLALA.
- ຊື່ບັນຊີ ແລະ ເລກບັນຊີ.
- ຈຸດປະສົງການໂອນ.
ທ່ານສາມາດເອົາຂໍ້ມູນວິທີໂອນໂດຍການກົດເຂົ້າຢຸ່ທີ່ນີ : https://www.bcel.com.la/bcel/incoming-fund-transfer-instruction.html
|
ຜົນປະໂຫຍດທີ່ໄດ້ຮັບ
|
- ທ່ານຈະໄດ້ຮັບເງິນໂອນຈາກຕ່າງປະເທດເຂົ້າບັນຊີຂອງທ່ານທີ່ມີຢູ່ນໍາ ທຄຕລ.
- ທ່ານຈະໄດ້ຮັບຄວາມສະດວກ ແລະຮັບປະກັນຄວາມປອດໄພສູງ.
- ທຄຕລ ຍິນດີຊ່ວຍທ່ານໃນການແລກປ່ຽນເງິນຕາຕ່າງປະເທດທີ່ໂອນເຂົ້າບັນຊີໄດ້ຕາມຄວາມຕ້ອງການ.
|
ເງື່ອນໄຂການໃຊ້ບໍລິການ:
|
- ທ່ານ ທີ່ຕ້ອງການໃຊ້ບໍລິການສາມາດຂໍຂໍ້ມູນທະນາຄານຕົວແທນຂອງພວກເຮົາຢູ່ຕ່າງປະເທດ ຕາມທຸກສາຂາ ແລະ ໜ່ວຍບໍລິການ.
|
ຂໍ້ມູນເພີ່ມຕື່ມ
|
- ທ່ານທີ່ສົນໃຈຂໍ້ມູນເພີ່ມເຕີມ, ກະລຸນາພົວພັນກັບພະແນກບໍລິຫານທຶນ ແລະບໍລິການລະຫວ່າງປະເທດ.
|
ຊື່ຜະລິດຕະພັນ
|
ບໍລິການໂອນເງິນອອກ - Outward Remittance ຜ່ານລະບົບ Border Trade E-bank
|
ຄຸນລັກສະນະ
|
- ທຄຕລ ສາມາດຕອບສະໜອງທ່ານທີ່ຕ້ອງການໂອນເງິນ ສະກຸນເງິນຢວນ ໄປ ສ.ປ ຈີນ ເພື່ືອຊໍາລະຄ່າສິນຄ້າ, ຄ່າບໍລິການ, ຄ່າຮຽນ ແລະ ອື່ນໆ ດ້ວຍຄວາມປອດໄພ, ວ່ອງໄວ ໂດຍຜ່ານລະບົບ Border Trade E-bank ເຊິ່ງເປັນລະບົບສະເພາະ ການໂອນສະກຸນເງິນຢວນໄປ ສປ ຈີນ.
|
ຈຸດປະສົງ ການໂອນເງິນໄປຕ່າງປະເທດ:
|
- ສາມາດຊໍາລະຄ່າສິນຄ້າ ແລະ ບໍລິການຕ່າງໆ
- ສໍາລັບລູກຄ້າສ່ວນບຸກຄົນທ່ານສາມາດໂອນເງິນໄປຕ່າງປະເທດເພື່ອຊໍາລະ ຄ່າປິ່ນປົວ, ການສຶກສາ, ຢ້ຽມຢາມຕ່າງປະເທດ ຕາມລະບຽບການທີ່ທະຄານແຫ່ງ ສປປລາວ ວາງອອກແຕ່ລະໄລຍະ.
|
ຜົນປະໂຫຍດ
ທີ່ໄດ້ຮັບ
|
- ສາມາດໂອນເງິນໄປທຸກທະນາຄານທີ່ຢູ່ໃນ ສ.ປ ຈີນ ດ້ວຍຄວາມວອ່ງໄວ ແລະ ປອດໄພ.
- ສາມາດໂອນອອກໄດ້ສະເພາະສະກຸນເງິນຢວນ (CNY)
|
ເງື່ອນໄຂການໃຊ້ບໍລິການ:
|
- ກະກຽມເອກະສານ ຫຼັກຖານ ປະກອບການໂອນເງິນ ໂດຍອີງຕາມຈຸດປະສົງຂອງການໂອນ ຫຼື ອີງຕາມລະບຽບການທີ່ ທຄຕລ ແຈ້ງອອກໃນແຕ່ລະໄລຍະ
- ທະນາຄານຈະບໍ່ໃຫ້ບໍລິການໂອນເງິນລະຫວ່າງປະເທດ ໃນກໍລະນີທີ່ຂໍ້ມູນຜູ້ຮັບເງິນຢູ່ໃນລາຍຊື່ຕ້ອງຫ້າມ
- ຊ່ວງເວລາຮັບເງິນໂອນ ຈະຂຶ້ນຢູ່ກັບເວລາການໃຫ້ບໍລິການຂອງທະນາຄານຜູ້ຮັບເງິນ
|
ຊື່ຜະລິດຕະພັນ
|
ບໍລິການໂອນເງິນເຂົ້າ - Inward Remittance ຜ່ານລະບົບ Border Trade E-bank
|
ຄຸນລັກສະນະ
|
- ທ່ານທີ່ມີບັນຊີ ກັບທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາມາດຮັບເງິນໂອນຈາກທະນາຄານຢູ່ປະເທດຈີນມາລາວ ກັບລະບົບໂອນເງິນທີ່ທັນສະໄໝ ຜ່ານລະບົບ Border Trade E-bank ເຊິ່ງເປັນລະບົບສະເພາະ ການໂອນສະກຸນເງິນຢວນ. ສະນັ້ນ, ທ່ານຈະໄດ້ຮັບຄວາມສະດວກ ແລະ ວ່ອງໄວ. ການໂອນເງິນເຂົ້າມາພຽງແຕ່ທ່ານແຈ້ງຂໍ້ມູນລາຍລະອຽດການຮັບເງິນເຂົ້າມາດັ່ງຕໍ່ໄປນີ້:
- ຊື່ທະນາຄານ.
- ຊື່ບັນຊີ ແລະ ເລກບັນຊີ.
- ຈຸດປະສົງການໂອນ.
|
ຜົນປະໂຫຍດທີ່ໄດ້ຮັບ
|
- ທ່ານຈະໄດ້ຮັບເງິນໂອນຈາກປະເທດຈີນເຂົ້າບັນຊີຂອງທ່ານທີ່ມີຢູ່ນໍາ ທຄຕລ
- ທ່ານຈະໄດ້ຮັບຄວາມສະດວກ ແລະ ຮັບປະກັນຄວາມປອດໄພສູງ.
|
ເງື່ອນໄຂການໃຊ້ບໍລິການ:
|
- ທ່ານ ທີ່ຕ້ອງການໃຊ້ບໍລິການສາມາດຂໍຂໍ້ມູນໄດ້ທຸກສາຂາ ແລະ ໜ່ວຍບໍລິການ ຂອງ ທຄຕລ ທົ່ວປະເທດ.
|
ຂໍ້ມູນເພີ່ມຕື່ມ
|
- ທ່ານທີ່ສົນໃຈຂໍ້ມູນເພີ່ມເຕີມ, ກະລຸນາພົວພັນກັບພະແນກບໍລິຫານທຶນ ແລະບໍລິການລະຫວ່າງປະເທດ.
- Tel: (+856 21) 241327, 213 200 -ຕໍ່ 210. (021) 223-190
- Fax: (+856 21) 218976.
- www.bcel.com.la
|
ຊື່ຜະລິດຕະພັນ
|
ບໍລິການໂອນເງິນດ່ວນຜະລິດຕະພັນ MoneyGram
|
ຄຸນລັກສະນະ
|
- ເປັນບໍລິການໂອນເງິນຕ່າງປະເທດ ລະຫວ່າງບຸກຄົນ ກັບບຸກຄົນ ທ່ານສາມາດສົ່ງ-ຮັບເງິນດ່ວນລະຫວ່າງປະເທດ ໄດ້ຢ່າງສະດວກ, ວອ່ງໄວ ແລະປອດໄພ.
- ພຽງແຕ່ 10 ນາທີ ຮັບເປັນເງິນສົດສະດວກໂດຍບໍ່ຈຳເປັນຕ້ອງມີບັນຊີ ກັບທະນາຄານກໍ່ໄດ້.
|
ຜົນປະໂຫຍດທີ່ໄດ້ຮັບ
|
- ສົ່ງ-ຮັບເງິນດ່ວນໄດ້ຫຼາຍກວ່າ 200 ປະເທດ, ໃຊ້ເວລາພຽງແຕ່ 10 ນາທີ.
- ທ່ານສາມາດຮັບເປັນເງິນສົດໄດ້ຢ່າງສະດວກ.
- ທ່ານສາມາດໃຊ້ບໍລິການໄດ້ທຸກສາຂາ ແລະ ໜ່ວຍບໍລິການ ແລະ ຕົວແທນ Moneygram ທີ່ຂຶ້ນກັບ ທຄຕລ.
- ທຄຕລ ຍິນດີຊ່ວຍທ່ານໃນການແລກປ່ຽນເງິນຕາຕ່າງປະເທດໃນການສົ່ງ-ຮັບ.
- ຮັບເງິນໂດຍບໍ່ໄດ້ເສຍຄ່າທຳນຽມໃດໆ.
|
ເງື່ອນໄຂການໃຊ້ບໍລິການ:
|
- ສໍາລັບບຸກຄົນທີ່ເປັນຄົນຕ່າງປະເທດ: ຕ້ອງມີໜັງສືເດີນທາງ (Passport) ແລະ ວີຊ່າເຂົ້າປະເທດລາວທີ່ຍັງບໍ່ໝົດກຳນົດ (ຍົກເວັ້ນປະເທດອາຊຽນ ແລະ ປະເທດທີ່ໄດ້ຮັບການອະນຸຍາດບໍ່ຕ້ອງເຮັດວີຊ່າ). ຊີ້ແຈງ: ເນື່ອງຈາກວ່າລູກຄ້າທີ່ມາຈາກປະເທດອາເຊຍ ຈະບໍ່ໄດ້ວີຊາເຂົ້າປະເທດລາວ.
- ສໍາລັບບຸກຄົນທີ່ເປັນຄົນລາວ ແລະ ຊາວຕ່າງດ້າວ: ຕ້ອງມີບັດປະຈໍາຕົວ ຫຼື ໜັງສືເດີນທາງ (Passport) ທີ່ມີອາຍູການນໍາໃຊ້ໄດ້ຕາມກົດໝາຍ ຫຼື ສໍາມະໂນຄົວ.
- ປະກອບຂໍ້ມູນຜູ້ສົ່ງ-ຮັບໃຫ້ຄົບຖ້ວນໃນແບບຟອມ.
- ສົ່ງ-ຮັບເງິນຢູ່ ທຄຕລ ແລະ ຕົວແທນ ທີ່ຂຶ້ນກັບ ທຄຕລ ແມ່ນເປັນສະກຸນເງິນໂດລາ ສະຫະລັດ (ການສົ່ງ-ຮັບເງິນຢູ່ຕ່າງປະເທດ ແມ່ນຂຶ້ນກັບລະບຽບ, ນະໂຍບາຍຂອງປະເທດນັ້ນໆ)
|
ຂໍ້ມູນເພີ່ມຕື່ມ
|
- ຂໍ້ມູນເພິ່ມຕຶ່ມ: ສໍາລັບຂໍ້ມູນເພິ່ມເຕິມ ກະລຸນາເຂົ້າທີ່ເວບໄຊ: Global.moneygram.com ໂທ: 021-254551, 021 213200 ຕໍ່ 215
|
ຊື່ຜະລິດຕະພັນ
|
ບໍລິການໂອນເງິນດ່ວນຜະລິດຕະພັນ SpeedSend
|
ຄຸນລັກສະນະ
|
ເປັນຜະລິດຕະພັນໂອນເງິນດ່ວນລະຫວ່າງປະເທດ ຫຼືເອີ້ນວ່າ SpeedSend ທີ່ສາມາດຕອບສະໜອງ ແລະ ເປັນທາງເລືອກໃຫ້ແກ່ກຸ່ມລູກຄ້າຜູ້ທີ່ມີຄວາມຕ້ອງການໃນການໂອນເງິນໄປຕ່າງປະເທດ ເຊັ່ນ:
- ແຮງງານຕ່າງປະເທດມາເຮັດວຽກໃນ ສປປ ລາວ ໂອນເງິນກັບບ້ານໃຫ້ຄອບຄົວຢູ່ຕ່າງປະເທດ ຫຼື ບັນດາແຮງງານລາວທີ່ໄປເຮັດວຽກຢູ່ຕ່າງປະເທດໂອນເງິນກັບບ້ານໃຫ້ຄອບຄົວຢູ່ລາວ,
- ເປັນອີກໜຶ່ງຊ່ອງທາງທີ່ອໍານວຍຄວາມສະດວກໃຫ້ແກ່ພໍ່ແມ່ຜູ້ປົກຄອງ ສາມາດສົ່ງເງິນໃຫ້ຄອບຄົວ ຫຼື ລູກຫຼານທີ່ສຶກສາຕໍ່ຢູ່ຕ່າງປະເທດ.
|
ຜົນປະໂຫຍດທີ່ໄດ້ຮັບ
|
- ເປັນການຫຼຸດຜ່ອນຄ່າໃຊ້ຈ່າຍທີ່ຕ້ອງຈ່າຍໃຫ້ມືກາງ ຫຼື ຕະຫຼາດມືດ ທີ່ເອົາປຽບຜູ້ໂອນເງິນ
- ສະດວກສະບາຍດ້ານເອກະສານ ແລະ ຂັ້ນຕອນໃນການໂອນເງິນ ແລະ ຮັບເງິນ ພ້ອມດ້ວຍຄ່າທໍານຽມການບໍລິການ ທີ່ແທດເໝາະ ແລະ ສາມາດຈ່າຍໄດ້.
- ສາມາດໂອນ-ຮັບເງິນໄດ້ກັບປະເທດພະມ້າ
|
ເງື່ອນໄຂການໃຊ້ບໍລິການ:
|
- ສໍາລັບບຸກຄົນທີ່ເປັນຄົນຕ່າງປະເທດ: ຕ້ອງມີໜັງສືເດີນທາງ (Passport), ວິຊາເຂົ້າປະເທດລາວທີ່ຍັງບໍ່ໝົດກໍານົດ (ປະຕິບັດຕາມການແຈ້ງຈາກພາກສ່ວນທີ່ກ່ຽວຂ້ອງ). ຊີ້ແຈງ: ເນື່ອງຈາກວ່າລູກຄ້າທີ່ມາຈາກປະເທດອາເຊຍ ຈະບໍ່ໄດ້ວີຊາເຂົ້າປະເທດລາວ.
- ສໍາລັບບຸກຄົນທີ່ເປັນຄົນລາວ ແລະ ຊາວຕ່າງດ້າວ: ຕ້ອງມີບັດປະຈໍາຕົວ ຫຼື ໜັງສືເດີນທາງ (Passport) ທີ່ມີອາຍູການນໍາໃຊ້ໄດ້ຕາມກົດໝາຍ ຫຼື ສໍາມະໂນຄົວ.
- ປະກອບຂໍ້ມູນຜູ້ສົ່ງ-ຮັບໃຫ້ຄົບຖ້ວນໃນແບບຟອມ.
|
|
- ສົ່ງ-ຮັບເງິນຢູ່ ທຄຕລ ແມ່ນເປັນສະກຸນເງິນໂດລາ ສະຫະລັດ (ການສົ່ງ-ຮັບເງິນຢູ່ຕ່າງປະເທດ ແມ່ນຂຶ້ນກັບລະບຽບ, ນະໂຍບາຍຂອງປະເທດນັ້ນໆ).
|
ຂໍ້ມູນເພີ່ມຕື່ມ
|
- ຂໍ້ມູນເພິ່ມຕຶ່ມ: ສໍາລັບຂໍ້ມູນເພິ່ມເຕິມ ກະລຸນາເຂົ້າທີ່ເວບໄຊ: www.speed-send.com ໂທ: 021-254551, 021 213200 ຕໍ່ 215
|