ຊື່ຜະລິດຕະພັນ |
ບໍລິການ BCEL One (Version 3) |
ຄຸນລັກສະນະ |
ແມ່ນຜະລິດຕະພັນການບໍລິການທະນາຄານເທິງມືຖື ຫຼື Mobile Banking ທີ່ອອກໂດຍ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ເຊິ່ງເປັນຜະລິດຕະພັນທີ່ ສ້າງຄວາມສະດວກໃນການຊໍາລະສະສາງ ແລະ ສາມາດກວດກາລາຍການເຄື່ອນໄຫວຂອງບັດ ທຄຕລ ຂອງທ່ານ. BCEL One ມີ 02 ຊ່ອງທາງໃຫ້ເລືອກໃຊ້: ທາງເລືອກທີ 01 ແມ່ນສາມາດໃຊ້ງານຜ່ານມືຖື Smartphone ຂອງທ່ານທີ່ໃຊ້ລະບົບປະຕິບັດການ Android, IOS, Windows Phone ແລະ ທາງເລືອກທີ 02 ແມ່ນ ສາມາດໃຊ້ງານຜ່ານໜ້າເວັບໄຊ້ຂອງ ທຄຕລ. |
ຜົນປະໂຫຍດທີ່ໄດ້ຮັບ |
ປະຢັດເວລາ, ຄ່າໃຊ້ຈ່າຍ ແລະ ສະດວກສະບາຍໃນການໂອນເງິນ, ຊໍາລະຄ່າໄຟຟ້າ, ຄ່ານ້ຳປະປາ, ຄ່າໂທລະສັບ, ຄ່າອິນເຕີເນັດ ADSL, ຄ່າບໍລິການ LDTV, ຕື່ມມູນຄ່າບັດພາຫະນະຂ້າມຂົວມິດຕະພາບ 1, ເບິ່ງອັດຕາແລກປ່ຽນປະຈຳວັນ, ລ໋ອກບັດເອທີເອັມ, ບັດ Credit, ເປີດ/ປິດການນຳໃຊ້ບັດອອນລາຍ (Payment Online) ແລະ ສາມາດກວດເບິ່ງລາຍການເຄື່ອນໄຫວ ຢ້ອນຫຼັງຂອງບັດໄດ້. |
ເງື່ອນໄຂການໃຊ້ບໍລິການ |
ທຸກທ່ານທີ່ມີບັດເອທີເອັມ ຫຼື ບັດວີຊາ, ບັດ Co-brand, ບັດ JCB, ບັດ Mastercard ທີ່ອອກໃຫ້ໂດຍ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ເອກະສານປະກອບມີ : ສໍາເນົາບັດປະຈໍາຕົວ, ໜັງສືເດີນທາງ (Passport) ຫຼື ປື້ມສໍາມະໂນຄົວ. |