ຊື່ຜະລິດຕະພັນ
|
ບັນຊີເງິນຝາກກະແສລາຍວັນ
|
ຄຸນລັກສະນະ
|
- ບັນຊີເງິນຝາກກະແສລາຍວັນ ເປັນບັນຊີທີ່ຊ່ວຍໃນການຄຸ້ມຄອງ ແລະ ບໍລິຫານເງິນໃນບັນຊີໄດ້ຢ່າງຄ່ອງຕົວ, ປອດໄພໂດຍການນໍາໃຊ້ແຊັກສັ່ງຈ່າຍຂອງທະນາຄານໃຫ້ແກ່ລູກຄ້າ ເພື່ອຊໍາລະສະສາງຄ່າສິນຄ້າ ແລະ ຄ່າບໍລິການຕ່າງໆແທນການນໍາໃຊ້ເງິນສົດ ບັນຊີປະເພດນີ້ເໝາະສໍາລັບບຸກຄົນທົ່ວໄປ, ນິຕິບຸກຄົນທີ່ຄ້າຂາຍ ຫຼື ດຳເນີນທຸລະກິດ ທີ່ມີເງິນ ໝູນວຽນຕະຫຼອດເວລາ
|
ຜົນປະໂຫຍດ
ທີ່ໄດ້ຮັບ
|
- ເປັນບັນຊີທີ່ໃຊ້ໃນການໝູນວຽນເງິນໃນບັນຊີເພື່ອປະກອບທຸລະກິດ
- ຫຼຸດຜ່ອນຄວາມສ່ຽງຕ່າງໆໃນການຮັກເງິນສົດໄວ້ຈຳນວນຫຼວງຫຼາຍເພື່ອທີ່ຈະລໍຖ້າຊໍາລະໃຫ້ລູກຄ້າ
- ໃຊ້ແຊັກໃນການສັ່ງຈ່າຍ ເພື່ອຊໍາລະຄ່າສິນຄ້າ ແລະ ຄ່າບໍລິການຕ່າງໆແທນການນໍາໃຊ້ເງິນສົດ
- ສາມາດຝາກ, ຖອນ ແລະ ໂອນເງິນໄດ້ຕາມຈຸດບໍລິການລູກຄ້າຂອງ ທຄຕລ ທົ່ວປະເທດ
- ສາມາດຂໍຢັ້ງຢືນແຊັກເພື່ອຈ່າຍໃຫ້ລູກຄ້າ ຫຼື ໃຊ້ຄ້ຳປະກັນການປະມູນໄດ້
- ສາມາດສະເໜີອອກບັດ ATM , ບັດ VISA Credit ແລະ Debit, ບັດ JCB, ບັດ CO-Brand ຂອງ ທຄຕລ ເພື່ອໃຊ້ບໍລິການ ຜ່ານຕູ້ ATM, ເຄື່ອງ EDC, ຜ່ານ Internet Banking ແລະ BCEL One
- ສາມາດຕິດຕາມລາຍການເຄື່ອນໄຫວ ແລະ ຍອດເງິນເຫຼືອໃນບັນຊີຜ່ານຜະລິດຕະພັນ SMS Banking, BCEL One, Internet Banking
- ສາມາດນໍາໃຊ້ເພື່ອຢັ້ງຢືນຖານະການເງິນ.
ສາມາດຕິດຕາມອັດຕາດອກເບ້ຍ ຜ່ານເວັບໄຊທ໌ຂອງ ທຄຕລ (www. bcel.com.la) |
ຄ່າບໍລິການ
|
- ວົງເງິນເປີດບັນຊີ ແລະ ຍອດເຫຼືອຕໍ່າສຸດໃນບັນຊີ ແມ່ນ 500.000 ກີບ, 50 ໂດລາ, 2.000 ບາດ, 500 ຢວນ
- ຄ່າທໍານຽມເປີດບັນຊີໃໝ່: 10,000 ກີບ, 2 ໂດລາ, 50 ບາດ, 10 ຢວນ/ບັນຊີ/ຄັ້ງ
- ຂໍຊື້ປຶ້ມແຊັກທະນາຄານ: 50,000 ກີບ, 7 ໂດລາ, 220 ບາດ, 50 ຢວນ/ບັນຊີ/ຫົວ
- ອອກປື້ມແຊັກດ່ວນ (ຮັບພາຍໃນມື້) ເກັບເພີ່ມ 20.000 ກີບ, 3 ໂດລາ, 90 ບາດ, 20 ຢວນ
ທຄຕລ ຈະເກັບຄ່າບຳລຸງຮັກສາບັນຊີເງິນຝາກປະເພດນີ້ຈຳນວນ 3.500 ກີບ, 0,50 ໂດລາ, 16 ບາດ, 5 ຢວນ/ບັນຊີ/ເດືອນ |
ລະບຽບເງິນຝາກແສລາຍວັນ
|
- ນໍາໃຊ້ແຊັກໃນການເຄື່ອນໄຫວບັນຊີທຸກຄັ້ງ
- ແຊັກມີອາຍຸການນໍາໃຊ້ 180 ວັນ ນັບແຕ່ວັນທີທີ່ໄດ້ສັ່ງຈ່າຍເປັນຕົ້ນໄປ
- ກໍລະນີແຊັກມີການປ່ຽນແປງເນື້ອໃນການສັ່ງຈ່າຍເຊັ່ນ: ຊື່ ແລະ ນາມສະກຸນ, ເລກບັນຊີຜູ້ຮັບເງິນ, ວັນທີ ເດືອນ ປີ ສັ່ງຈ່າຍ, ຈຳນວນເງິນເປັນຕົວເລກ ແລະ ຈໍານວນເງິນເປັນຕົວໜັງສື, ຂີດຂ້າອອກຂຽນໃໝ່ ຕ້ອງມີການເຊັນກຳກັບເພື່ອຢັ້ງຢືນການປ່ຽນແປງດັ່ງກ່າວຈາກເຈົ້າຂອງ ບັນຊີຕາມເງື່ອນໄຂທີ່ລະບຸໄວ້ກັບທະນາຄານ
- ຫ້າມບໍ່ໃຫ້ລະບຸເນື້ອໃນການສັ່ງຈ່າຍທີ່ມີລັກສະນະ 2 ເງື່ອນໄຂ ເດັດຂາດເຊັ່ນ: ຈ່າຍໃຫ້ຮ້ານຂາຍສາຍໄຟຟ້າ/ນາງ ກໍ, ຈ່າຍໃຫ້ຮ້ານຂາຍສາຍໄຟຟ້າ/ສົດ, ຈ່າຍໃຫ້ ນາງ ກໍ/ສົດ,ຈ່າຍໃຫ້ຄັງເງິນແຫ່ງຊາດ/ນາງ ກໍ, ຈ່າຍໃຫ້ຄັງເງິນແຫ່ງຊາດ/ບໍລິສັດ, ຈ່າຍໃຫ້ຄັງເງິນແຫ່ງຊາດ/ສົດເປັນຕົ້ນ
ກໍລະນີທີ່ຕ້ອງການນໍາແຊັກໄປຖອນ ຫຼື ໂອນເຂົ້າບັນຊີຢູ່ຕ່າງທະນາຄານຕ້ອງໄດ້ນໍາແຊັກມາຂໍຢັ້ງຢືນຈາກ ເຈົ້າໜ້າທີ່ທະນາຄານກ່ອນ.
|