ສິນເຊື່ອເພື່່ອການສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ ຕາມນະໂຍບາຍ ຂອງ ທຄຕລ:
ເປັນສິນເຊື່ອທີ່ນໍາໄປລົງທຶນ ໃນກິດຈະການສ່ວນຕົວ ແລະ ເປັນການຂໍສິນເຊື່ອເພື່ອເລີ່ມຕົ້ນທຸລະກິດ, ຂະຫຍາຍການລົງທຶນ ຫຼື ເປັນເງິນໜູນວຽນໃນກິດຈະການ ທີ່ສ້າງຕັ້ງຂື້ນ ແລະ ດໍາເນີນກິດຈະການຢ່າງຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ທີ່ເປັນລູກຄ້າ ທຄຕລ. ທຸກການປ່ອຍກູ້ຕ້ອງອິງໃສ່ມາດຖານການປະເມີນສິນເຊື່ອໂດຍມີການໄລ່ລຽງ.
- ປະເພດຂອງສິນເຊື່ອ: ເງິນກູ້ເບີກເກີນບັນຊີ, ເງິນກູ້ປົກກະຕິ, ເງິນກູ້ແບບໜູນວຽນ ແລະ ອື່ນໆ.
- ໄລຍະເວລາ ກູ້ຢືມແມ່ນຕາມຄວາມເໜາະສົມຂອງທຸລະກິດ.
- ເປົ້າໝາຍຂອງສິນເຊື່ອ: ການຜະລິດສິນຄ້າ, ການຄ້າຂາຍ, ການບໍລິການ.
ບັນດາເອກະສານປະກອບໃນການຂໍສິນເຊື່ອສໍາລັບ SMEs:
- ໃບສະເໜີຂໍກູ້ຢືມເງິນ (ຕາມແບບຟອມຂອງ ທຄຕລ).
- ສໍາເນົາ: ໃບທະບຽນວິສາຫະກິດ, ໃບທະບຽນອາກອນ (ປີປະຈຸບັນ), ໃບອະນຸຍາດອື່ນໆທີ່ກ່ຽວຂ້ອງ.
- ສໍາເນົາ: ບັດປະຈໍາຕົວ/ສໍາມະໂນຄົວ.
- ເອກະສານການລາຍງານການເງິນຂອງທຸລະກິດ.
- ແຜນທຸລະກິດຕາມແບບຟອມຂອງ ທຄຕລ.
- ສໍາເນົາ ຫຼັກຊັບຄໍ້າປະກັນ: ໃບຕາດິນຖາວອນ, ໃບຢັ້ງຢືນເງິນຝາກ.
- ເອກະສານອື່ນໆຕາມການຮຽກຮ້ອງຂອງ ທຄຕລ.