ຊື່ຜະລິດຕະພັນ
|
ຜະລິດຕະພັນບັດ ຮ່ວມພິເສດ Co-Brand Card
|
ສິດທິພິເສດ ແລະ ແນະນໍາການນໍາໃຊ້
|
- ບັດເຄຼດິດຮ່ວມພິເສດ ຫຼື BCEL Co-brand Credit Card ແມ່ນບັດເຄຼດິດຢູນຽນເພ (UnionPay Credit Card) ພາຍໃຕ້ການຮ່ວມມືລະຫວ່າງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ລັດວິສະຫະກິດການບິນລາວ ແລະ ຢູນຽນເພ ລວມມີ 3 ປະເພດບັດຄື: ບັດແພັດຕິນໍາ (BCEL Co-brand Platinum), ບັດຄໍາ (BCEL Co-brand Gold Sky) ທີ່ມີ 2 ທາງເລືອກຄື ແບບມີປະກັນໄພ ແລະ ແບບບໍ່ມີປະກັນໄພ ແລະ ບັດຄລາດສິກ (BCEL Co-brand Silver Cloud). ແຕ່ລະປະເພດບັດມີສິດທິພິເສດ ແລະ ການນໍາໃຊ້ດັ່ງລຸມນີ້:
|
ວົງເງິນສິນເຊື່ອ ຫຼື Credit Limit
|
- ວົງເງິນສິນເຊື່ອ ຫຼື Credit Limit
- ບັດ BCEL Co-brand Platinum 30.001 ໂດລາຂຶ້ນໄປ
- ບັດ BCEL Co-brand Gold Sky 10.001 – 30.000 ໂດລາ
- ບັດ BCEL Co-brand Silver Cloud 300 – 10.000 ໂດລາ
|
|
- ອີງຕາມລະບຽບຂອງ ທຄຕລ, ແຕ່ລະບັດມີການກຳນົດວົງເງິນການຖອນເງິນສົດ ແລະ ການໃຊ້ຈ່າຍຕໍ່ຄັ້ງຕໍ່ວັນ. ຕາຕະລາງກ່ຽວກັບວົງເງິນການຖອນ, ການໃຊ້ຈ່າຍ ແລະ ຄໍາແນະນໍາການນໍາໃຊ້ລະບຸລະອຽດຢູ່ໃນໃບເງື່ອນໄຂ ທີ່ທາງທະນາຄານມອບໃຫ້ແກ່ທ່ານເພື່ອເປັນບ່ອນອີງໃນການນໍາໃຊ້. ສະນັ້ນ, ທ່ານຄວນສຶກສາເງື່ອນໄຂໃຫ້ລະອຽດເພື່ອເພີ່ມຄວາມເຂົ້າໃຈ, ສະດວກຍິ່ງຂຶ້ນໃນການນໍາໃຊ້ບັດຂອງທ່ານ.
- ສາມາດລິ້ງວົງເງິນສິນເຊື່ອ ຫຼື ໃຊ້ວົງເງິນສິນເຊື່ອຮ່ວມກັບບັດເຄຼດິດປະເພດອື່ນຂອງທ່ານ ເຊັ່ນ: BCEL Visa Credit ຫຼື BCEL JCB Credit. ການອອກບັດທີ່ລີິ້ງວົງເງິນດຽວກັນ ຈະເຮັດໃຫ້ທ່ານສາມາດຮັບສິດທິພິເສດ ແລະ ປະໂຫຍດໃນການນໍາໃຊ້ຈາກຫຼາຍຜະລິດຕະພັນບັດ.
- ສາມາດໃຊ້ຖອນເງິນສົດຈາກຕູ້ ATM, ໃຊ້ຈ່າຍຄ່າສິນຄ້າ ຫຼື ຄ່າບໍລິການຢູ່ຕາມຮ້ານຄ້າ ຫຼື ຜ່ານທາງເວັບໄຊທ໌ທີ່ມີສັນຍາລັກຮັບບັດ UnionPay ທັງພາຍໃນ ແລະ ຕ່າງປະເທດ.
- ໄດ້ຮັບສ່ວນຫຼຸດຈາກບັນດາຮ້ານຄ້າສະມາຊິກ Partnership ຂອງ ທຄຕລ ແລະ ຈາກຮ້ານຄ້າທີ່ເຂົ້າຮ່ວມກິດຈະກຳກັບຢູນຽນເພ.
- ທ່ານສາມາດຕິດຕາມລາຍການເຄື່ອນໄຫວ ແລະ ຄວມຄຸມການນໍາໃຊ້ບັດເຄຼດິດຂອງທ່ານຜ່ານ BCEL One, ເຊິ່ງເປັນເຄື່ອງມືທີ່ຈະຊ່ວຍໃຫ້ທ່ານນໍາໃຊ້ບັດເຄຼດິດຂອງທ່ານໄດ້ຢ່າງສະດວກສະ ບາຍ ແລະ ປອດໄພຍິ່ງຂຶ້ນ.
- ສາຍດ່ວນ ທຄຕລ (Call Center) ໂທ: 1555 (24/7)
|
|
ຟຼີປະກັນໄພທ່ອງທ່ຽວ (ສະເພາະບັດ Co-brand Platinum ແລະ ບັດ Co-brand Gold Sky ທີ່ມີປະກັນໄພເທົ່ານັ້ນ)
- ສໍາລັບປະກັນໄພ ແມ່ນມີການຄຸ້ມຄອງອຸບັດຕິເຫດຕະຫຼອດການເດີນທາງສູງສຸດ 85.000 ໂດລາສະຫະລັດ ແລະ ຄຸ້ມຄອງຄ່າປິ່ນປົວສຸກເສີນສູງສຸດ 100.000 ໂດລາສະຫະລັດ, ຄຸ້ມຄອງກະເປົາເດີນທາງຕົກເຮ່ຍ ຫຼື ເສຍຫາຍໄດ້ສູງສຸດ 1.500 ໂດລາສະຫະລັດ ແລະ ອື່ນໆ ທີ່ຈໍາເປັນສໍາລັບການເດີນທາງຂອງທ່ານ. ທັງໝົດນີ້ແມ່ນການຄຸ້ມຄອງສູງສຸດເຖິງ 90 ວັນ/ການເດີນທາງ (Multi-trip/year) ເຊິ່ງລາຍລະອຽດທັງໝົດກ່ຽວກັບປະກັນໄພທ່ອງທ່ຽວຈະມີຢູ່ໃນໃບຢັ້ງຢືນປະກັນໄພ (ຫຼື Certificate of Insurance) ທີ່ຈະສົ່ງເຂົ້າອີເມລຂອງທ່ານ.
- ເງື່ອນໄຂໂດຍລວມຂອງການຄຸ້ມຄອງປະກັນໄພມີດັ່ງລຸ່ມນີ້:
- ບຸກຄົນທີ່ຖືກຄຸ້ມຄອງ: ແມ່ນເຈົ້າຂອງບັດ ແລະ ເມຍ/ຜົວ, ລູກ ຫຼື ເພື່ອນມິດສະຫາຍ (ສູງສຸດໄດ້ 3 ຄົນ). ແຕ່ເງື່ອນໄຂຄືເຈົ້າຂອງບັດຕ້ອງເດີນທາງໄປນໍາ.
- ປະກັນໄພທ່ອງທ່ຽວນີ້ແມ່ນເລີ່ມຄຸ້ມຄອງຕັ້ງແຕ່ເວລາທ່ານເລີ່ມເດີນທາງອອກຈາກລາວ, ຄຸ້ມຄອງໄດ້ທົ່ວໂລກ.
- ເຈົ້າຂອງບັດຕ້ອງມີອາຍຸບໍ່ເກີນ 75 ປີ.
- ເຈົ້າຂອງບັດຕ້ອງໃຊ້ບັດ Co-brand ຈ່າຍຄ່າເດີນທາງຂອງຕົນ (ຄ່າປີ້ຍົນ, ຄ່າທົວ, ຄ່າທີ່ພັກ) ຢ່າງໜ້ອຍ 50% ຂອງມູນຄ່າທັງໝົດ. ຖ້າບໍ່ດັ່ງນັ້ນ, ທ່ານກໍຈະບໍ່ໄດ້ຮັບການຄຸ້ມຄອງຈາກປະກັນໄພທ່ອງທ່ຽວ.
- ປະກັນໄພທ່ອງທ່ຽວນີ້ ແມ່ນສະໜອງໂດຍບໍລິສັດ Crawford and Company Vietnam. ກໍລະນີທີ່ຕ້ອງການດຳເນີນການຮ້ອງຂໍການຄຸ້ມຄອງສໍາລັບເຫດການທີ່ຖືກຄຸ້ມຄອງຕາມໃບຢັ້ງຢືນປະກັນໄພ, ເຈົ້າຂອງບັດຕ້ອງເປັນຜູ້ດຳເນີນພົວພັນ ກັບບໍລິສັດ Crawford and Company ໂດຍກົງຜ່ານທາງໂທລະສັບໝາຍເລກ
(+84) 8382-19199 (09:00-17:00) ຫຼືນອກເວລາແມ່ນຕິດຕໍ່ທາງອີເມລ:nguyenbinh@crawco.com.vn ເພື່ອຂໍແບບຟອມ. ທ່ານຕ້ອງປະກອບແບບຟອມ ແລະ ສົ່ງກັບພາຍໃນ 28 ວັນ ພ້ອມກັບເອກະສານຢັ້້ງຢືນຕ່າງໆ. ທ່ານຕ້ອງເກັບຮັກສາໃບບິນຕ່າງໆ, ໃບຢັ້ງ ຢືນ ຫຼື ລາຍງານຢ່າງເປັນທາງການ, ປີ້ເຮືອບິນ, ຫຼັກຖານການນໍາໃຊ້ບັດ ແລະ ຫຼັກຖານອື່ນໆທີ່ຈຳເປັນ.
|
|
ບັດ Co-brand Platinum
|
- ໃຊ້ເປັນບັດສະມາຊິກສະສົມໄມລ໌ເພື່ອແລກຂອງສົມມະນາຄຸນຈາກການບິນລາວ,
- ຟຼີຫ້ອງພັກຮັບຮອງພິເສດຈາກການບິນລາວ (ສະເພາະຢູ່ສະໜາມບິນປາຍທາງທີ່ການບິນລາວມີ ແລະ ຜູ້ຖືບັດຕ້ອງແຈ້ງພະນັກງານການບິນລາວ ທີ່ຈຸດ Check-in ຖ້າທ່ານຕ້ອງການນໍາໃຊ້ຫ້ອງພັກຮັບຮອງພິເສດຈາກການບິນລາວ).
- ໃຊ້ສະສົມໄມລ໌ ເພື່ອແລກຊື້ປີ້ເຮືອບິນກັບການບິນລາວ ແລະ ຍົກລະດັບຈາກປີ້ທໍໍາມະດາ ເປັນປີ້ບ່ອນນັ່ງທຸລະກິດ (ແຕ່ຕ້ອງແຈ້ງໃຫ້ພະນັກງານການບິນລາວຮັບຮູ້ 24 ຊົ່ວໂມງກ່ອນການເດີນທາງ).
- ໃຊ້ສະສົມໄມລ໌ ເພື່ອແລກຊື້ປີ້ເຮືອບິນກັບການບິນໃຫ້ແກ່ຕົນເອງ, ຄອບຄົວ ຫຼື ໝູ່ເພື່ອນ.
- ສາມາດແຈ້ງປີ້ເຮືອບິນທີ່ປ່ອງບໍລິການແຈ້ງປີ້ຂອງຊັ້ນທຸລະກິດໄດ້ (Business Check-in Counter)
- ໄດ້ຮັບນະໂຍບາຍນໍ້າໜັກເກີນ 15 Kg, ສິດນີ້ບໍ່ສາມາດໃຊ້ໄດ້ກັບສາຍການບິນອື່ນ (Code Share Flight)
- ໄດ້ຮັບສິດພິເສດຂຶ້ນເຮືອບິນກ່ອນເວລາ Boarding.
- ສາມາດເຂົ້າໃຊ້ບໍລິການຊື້ປີ້ເຮືອບິນຂອງຫ້ອງການຂາຍປີ້-ຈ່ອງບ່ອນ ໂດຍບໍ່ຕ້ອງກົດບັດຄິວ.
- ໄດ້ຮັບສ່ວນຫຼຸດ 35% ເມື່ອເຂົ້າພັກທີ່ໂຮງແຮມເມືອງທອງ ແຂວງ ຫຼວງພະບາງ
- ໄດ້ຮັບຄະແນນສະສົມໄມລ໌ເພີ່ມຕື່ມ 5% ຈາກຈໍານວນຄະແນນທີ່ໄດ້ໃນຖ້ຽວບິນນັ້ນ ຫຼື ຄັ້ງນັ້ນຂອງທຸກໆເສັ້ນທາງບິນ ທັງເສັ້ນທາງພາຍໃນ ແລະ ຕ່າງປະເທດ.
*ໝາຍເຫດ: ສໍາລັບບັດ Co-brand Platinum, ເຈົ້າຂອງບັດຈະຕ້ອງເດີນທາງກັບການບິນລາວໃຫ້ໄດ້ 18.000ໄມລ໌/ປີ ເພື່ອຮັກສາສິດທິສະມາຊິກບັດ Platinum ກັບການບິນລາວໃນປີຕໍ່ໄປ.
|
ບັດ Co-brand Gold Sky
|
- ໃຊ້ເປັນບັດສະມາຊິກສະສົມໄມລ໌ເພື່ອແລກຂອງສົມມະນາຄຸນຈາກການບິນລາວ.
- ຟຼີຫ້ອງພັກຮັບຮອງພິເສດຈາກການບິນລາວ (ສະເພາະຢູ່ສະໝາມບິນປາຍທາງທີ່ການບິນລາວມີ ແລະ ຜູ້ຖືບັດຕ້ອງແຈ້ງພະນັກງານການບິນລາວ ທີ່ຈຸດ Check-in ຖ້າທ່ານຕ້ອງການນໍາໃຊ້ຫ້ອງພັກຮັບຮອງພິເສດຈາກການບິນລາວ).
- ໃຊ້ສະສົມໄມລ໌ ເພື່ອແລກຊື້ປີ້ເຮືອບິນກັບການບິນລາວ ແລະ ຍົກລະດັບຈາກປີ້ທໍໍາມະດາ ເປັນປີ້ບ່ອນນັ່ງທຸລະກິດ (ແຕ່ຕ້ອງແຈ້ງໃຫ້ພະນັກງານການບິນລາວຮັບຮູ້ 24 ຊົ່ວໂມງກ່ອນການເດີນທາງ).
- ໃຊ້ສະສົມໄມລ໌ ເພື່ອແລກຊື້ປີ້ເຮືອບິນກັບການບິນໃຫ້ແກ່ຕົນເອງ, ຄອບຄົວ ຫຼື ໝູ່ເພື່ອນ.
- ໄດ້ຮັບສ່ວນຫຼຸດ 30% ເມື່ອເຂົ້າພັກທີ່ໂຮງແຮມເມືອງທອງ ແຂວງ ຫຼວງພະບາງ.
- ສາມາດແຈ້ງປີ້ເຮືອບິນທີ່ປ່ອງບໍລິການແຈ້ງປີ້ຂອງຊັ້ນທຸລະກິດໄດ້ (Business Check-in Counter)
- ໄດ້ຮັບນະໂຍບາຍນໍ້າໜັກເກີນ 10 Kg, ສິດນີ້ບໍ່ສາມາດໃຊ້ໄດ້ກັບສາຍການບິນອື່ນ (Code Share Flight)
- ໄດ້ຮັບສິດພິເສດຂຶ້ນເຮືອບິນກ່ອນເວລາ Boarding.
- ສາມາດເຂົ້າໃຊ້ບໍລິການທີ່ປ່ອງຈອງ-ຂາຍປີ້ການບິນລາວໂດຍບໍ່ຕ້ອງກົດບັດຄິວ.
- ໝາຍເຫດ: ສໍາລັບບັດ Co-brand Gold Sky, ເຈົ້າຂອງບັດຈະຕ້ອງເດີນທາງກັບການບິນລາວໃຫ້ໄດ້ 10.000 ໄມລ໌/ປີ ເພື່ອຮັກສາສິດທິສະມາຊິກບັດຄໍາກັບການບິນລາວໃນປີຕໍ່ໄປ.
|
ບັດ Co-brand Silver Cloud
|
- ໃຊ້ເປັນບັດສະມາຊິກສະສົມໄມລ໌ເພື່ອແລກຂອງສົມມະນາຄຸນຈາກການບິນລາວ,
- ໃຊ້ສະສົມໄມລ໌ ເພື່ອແລກຊື້ປີ້ເຮືອບິນກັບການບິນໃຫ້ແກ່ຕົນເອງ, ຄອບຄົວ, ຫຼື ໝູ່ເພື່ອນ.
- ໄດ້ຮັບສ່ວນຫຼຸດ 15% ເມື່ອເຂົ້າພັກທີ່ໂຮງແຮມເມືອງທອງ ແຂວງ ຫຼວງພະບາງ.
- ໝາຍເຫດ: ສໍາລັບບັດ Co-brand Silver Cloud, ເຈົ້າຂອງບັດຈະຕ້ອງເດີນທາງກັບການບິນລາວ ຢ່າງໜ້ອຍປີລະຄັ້ງ ເພື່ອຮັກສາສິດທິສະມາຊິກກັບການບິນລາວໃນປີຕໍ່ໄປ.
- ສໍາຄັນ: ກໍລະນີທີ່ທ່ານມີທັງບັດສະມາຊິກຂອງການບິນລາວ ແລະ ບັດຮ່ວມພິເສດ Co-brand, ທ່ານສາມາດເລືອກໃໍຊ້ສິດທິພິເສດຈາກບັດໃດບັດໜຶ່ງເທົ່ານັ້ນ. ບໍ່ສາມາດສະເໜີທັງສອງບັດ ເພື່ອຮັບສິດທິພິເສດເປັນ 2 ເທົ່າ.
|
|
ຫ້ອງພັກຮັບຮອງພິເສດ DragonPass (ສໍາລັບບັດ Co-Brand Platinum ເທົ່ານັ້ນ)
- ສິດທິພິເສດນີ້ ແມ່ນສໍາລັບຜູ້ຖືບັດຮ່ວມພິເສດ Platinum ເທົ່ານັ້ນ. ທ່ານຈະໄດ້ຮັບສິດ ເຂົ້າພັກທີ່ຫ້ອງພັກຮັບຮອງຂອງ DragonPass ຕາມສະໜາມບິນຕ່າງໆ ທີ່ຢູ່ໃນເຄື່ອຂອງ DragonPass ຟຼີ 2 ຄັ້ງ/ປີ.
- ຮູບແບບຂອງບັດສະມາຊິກແມ່ນ Virtual Card, ເຊິ່ງລູກຄ້າຕ້ອງໄດ້ Download App ຂອງ Dragon Pass ກ່ອນ ເພື່ອນໍາໃຊ້ຕາມ Membership Card number ແລະ password ທີ່ສະໜອງໃຫ້. ທ່ານສາມາດເຂົ້ານໍາໃຊ້ DragonPass App ໄດ້ຄືດັ່ງລຸ່ມນີ້:
- ດາວໂຫຼດ DragonPass App ໂດຍການສະແກນ QR Code ລຸ່ມນີ້ :

- ຫຼື ດາວໂຫຼດ DragonPass App ຈາກ App Store ຫຼື Play Store

- ເປີດ DragonPass App ແລະ ນໍາໃຊ້ເລກບັດສະມາຊິກ ແລະ ລະຫັດທີ່ທາງສູນບັດຈັດກຽມ ຫຼື ສົ່ງເຂົ້າ Message ມືຖືຂອງທ່ານ ເພື່ອ log-in.

- ຄຼິກ “Show my card number” ເວລາທີ່ທ່ານຕ້ອງການເຂົ້າພັກທີ່ຫ້ອງພັກຮັບຮອງ.

- ລະບົບຈະສະແດງຂໍ້ມູນບັດສະມາຊິກຂອງທ່ານ ພ້ອມຄິວອາໂຄດ ແລະ ພະນັກງານຮັບຕ້ອນຮັບຈະສະແກນເພື່ອກວດສອບກ່ອນທີ່ທ່ານຈະເຂົ້າພັກຜ່ອນຢູ່ຫ້ອງພັກຮັບຮອງພິເສດ.
- ນອກຈາກນີ້ຜ່ານ DragonPass App, ທ່ານຍັງສາມາດຊອກຫາຫ້ອງພັກຮັບຮອງທີ່ທ່ານສາມາດເຂົ້າພັກໄດ້ ຕາມສະໝາມບິນທີ່ທ່ານ Transit.
|