ຊື່ຜະລິດຕະພັນ |
ການບໍລິການຕູ້ຖອນເງິນສົດອັດຕະໂນມັດ (ຕູ້ATM) |
ຄຸນລັກສະນະ |
ATM ແມ່ນມີຄວາມໝາຍຫຍໍ້ມາຈາກຄຳວ່າ Automated Teller Machine ເປັນອຸປະກອນ ທີ່ໃຊ້ຮອງ ຮັບເຂົ້າໃນການໃຫ້ບໍລິການດ້ານທຸລະກຳການເງິນ-ການທະນາຄານ ນອກສະຖານທີເຊິ່ງເປັນທາງເລືອກສຳລັບທ່ານທີ່ບໍ່ສະດວກ ໃນການເຂົ້າມາຖອນເງິນສົດໃນທະນາຄານ ຫຼື ເຮັດທຸລະກຳການເງິນໃນທະນາຄານ, ຕູ້ເອທີເອັມ ແມ່ນສາມາດຮອງຮັບການບໍລິ ການຫຼາຍຢ່າງເຊັນ:ບໍລິການຖອນເງິນສົດ, ໂອນເງິນຈາກບັນຊີໜຶ່ງຫາບັນຊີອື່ນ(ໃນສະກຸນດຽວກັນໄດ້), ກວດຍອດເງິນເຫຼືອໃນ ບັນຊີ, ກວດເບິ່ງການເຄື່ອນໄຫວຫຼ້າສຸດຂອງບັນຊີ,ຈ່າຍຄ່າສາທາລະນຸປະໂພກຜ່ານຕູ້ເອທີເອັມເຊັ່ນ: ໄຟຟ້າ, ນໍ້າປະປາ ແລະ ອື່ນໆ... ຕູ້ ATM ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາມາດຮັບບັດສາກົນ ແລະ ບັດພາຍໃນໄດ້ ເຊິ່ງປະກອບມີ: UnionPay, VISA, JCB, Co-Brand, Mastercard, AMEX ແລະ ບັດຂອງສະມາຊິກ LAPNet ປະກອບມີ 14 ທະນາຄານ ຄື: BCEL, LDB, JDB, APB, MARUHAN Japan Bank Lao, LVB, ICBC, Bank of China, Vietin Bank, Indochina Bank, ACLEDA Bank, BIC Bank, Sacombank ແລະ STB. |
ຜົນປະໂຫຍດທີ່ໄດ້ຮັບ |
ປະຢັດເວລາ ແລະ ຄ່າໃຊ້ຈ່າຍ, ຂັ້ນຕອນການນຳໃຊ້ສະດວກ ວ່ອງໄວ ຈາກຕູ້ເອທີເອັມ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ທົ່ວປະເທດ ທີ່ຕັ້ງຢູ່ໃກ້ທ່ານ, ສາມາດໂອນເງິນໄດ້ຢ່າງສະດວກ ວ່ອງໄວ ຜູ້ຮັບເງິນປາຍທາງໄດ້ຮັບເງິນທັນທີ ໂດຍບໍ່ເສຍຄ່າທໍານຽມໃດໆ, ສາມາດໃຊ້ບໍລິການຕູ້ເອທີເອັມ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໄດ້ທຸກຈຸດ ທົ່ວປະເທດ ຕະຫຼອດ 24 ຊົ່ວໂມງ. |
ເງື່ອນໄຂການໃຊ້ບໍລິການ |
ATM ແມ່ນຕູ້ທີ່ໃຊ້ໂດຍສະເພາະແມ່ນຖອນເງິນສົດຢູ່ນອກສະຖານທີ, ເພື່ອເປັນການຫຼຸດ ຜອ່ນໃນການໃຊ້ເງິນສົດໃນການເຄື່ອນຍ້າຍເປັນຈຳນວນຫຼາຍ, ສະນັ້ນ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຈຶ່ງໄດ້ ຕັ້ງໜ້າຂະຫຍາຍຕາໜ່າງການໃຫ້ການບໍລິການຈາກຕົວເມືອງສູ່ຊົນນະບົດເຂດຫ່າງໄກສອກຫຼີ້ກ ໂດຍການນຳເອົາຕູ້ເອທີເອັມໄປ ຕັ້ງຕາມຕົວເມືອງນ້ອຍ. ປັດຈຸບັນ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ມີຕູ້ເອທີເອັມລວມທັງໜົດ 297 ໜວ່ຍ, ຂໍ້ມູນລາຍລະອຽດແມ່ນໃຫ້ເຂົ້າເບິ່ງຢູ່ສະຖານທີ່ຕັ້ງເອທີເອັມໃນໜ້າເວັບ ຂອງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ. |